ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະກຸນ​ເງິນ​ເຢນ ອ່ອນ​ຄ່າ​ໜັກ​ສຸດ ​ໃນ​ຮອບ 38 ປີ

     ສຳນັກ​ຂ່າວ ຊີ​ເອັນ​ບີ​ຊີ (CNBC) ລາຍ​ງານ​ໃຫ້​ຮູ້​ ໃນ​ທ້າຍ ​ເດືອນ ມິຖຸນາ ທີ່​ຜ່ານ​ມາ​ນີ້​ວ່າ, ສະກຸນ​ເງິນ​ເຢນ ຂອງ ຍີ່ປຸ່ນ ອ່ອນ​ຄ່າ​ໜັກ​ສຸດ
ໃນ​ຮອບ 38 ປີ ຫຼັງ​ຈາກ​ອ່ອນ​ຄ່າ​ລົງ 161,27 ເຢນ​ຕໍ່​ໂດ​ລາ ສະຫະລັດ ເປັນ​ຄັ້ງ​ທຳ​ອິດ ໃນ​ຮອບ 38 ປີ ຜ່ານ​ມາ, ນັບ​ຕັ້ງແຕ່​ທະນາຄານ​ກາງ ຍີ່
ປຸ່ນ ປະກາດ​ໂຈະ​ນະໂຍບາຍ ອັດຕາ​ດອກ​ເບ້ຍ​ຕິດ​ລົບ ແລະ ຍົກເລີກ​ນະໂຍບາຍ​ການ​ຄວບ​ຄຸມ​ອັດຕາ ຜົນ​ຕອບ​ແທນ​ພັນທະບັດ ເຮັດ​ໃຫ້​ຄ່າ​ເງິນ
​ອ່ອນ​ໂຕ​ລົງ ກ່ອນ​ທີ່​ກະຊວງ​ການ​ເງິນ ຍີ່ປຸ່ນ ຈະ​ເຂົ້າ​ມາ​ແຊກ​ແຊງ​ຕະຫຼາດ ເພື່ອ​ສະໜັບສະໜູນ ຄ່າ​ເງິນ ດ້ວຍ​ວົງ​ເງິນ 62,25 ຕື້​ໂດ​ລາສະຫະລັດ
ຫຼື ປະມານ 9.788 ພັນ​ຕື້​ເຢນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 04/07/2024